ລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ຢູ່ ແຂວງບໍ່ແກ້ວ ໂດຍ ກະຊວງພາຍໃນ

ລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ຢູ່ ແຂວງບໍ່ແກ້ວ ໂດຍ ກະຊວງພາຍໃນ

 

ລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ຢູ່ ແຂວງບໍ່ແກ້ວ

ໂດຍ ກະຊວງພາຍໃນ

ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໄດ້ເລີ່ມພັດທະນາໃນປີ 2022 ແລະ ໄດ້ເປີດການນໍາໃຊ້ລະບົບການຈົດທະບຽນການເກີດ ແລະ ການເສຍຊີວິດໃນເດືອນກຸມພາ 2023 ເປັນຕົ້ນມາ.

ລະບົບດັ່ງກ່າວ ຕອບສະໜອງຂໍ້ມູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງ ໄດ້ສະດວກ ແລະ ວ່ອງໄວ, ວິເຄາະວິໄຈ ສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ເປົ້າໝາຍຕົວຊີ້ວັດແຜນພັດທະນາແບບຍຶນຍົງ, ຖະແຫຼງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານໄດ້ຮ່ວມລົງນາມ ແລະ ຮັບຮອງກັບສາກົນ. 

ການເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ເປັນການອໍານວຍຄວາມສະດວກໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງໄວ, ເປັນການເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ການບໍລິການ ການຈົດທະບຽນການເກີດ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍ່ຄື ບຸກຄົນກ່ຽວຂ້ອງ. ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບການເປັນພົນລະເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ ປະກອບສ່ວນເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ eCRVS ຢູ່ ແຂວງບໍ່ແກ້ວ ຄັ້ງນີ້ ໄດ້ແບ່ງທິມງານອອກເປັນ 5 ທິມງານ ລົງໂຄສະນາເຜີຍແຜ່ ແລະ ເກັບກໍາຂໍ້ມູນການແຈ້ງເກີດຢູ່ 18 ບ້ານ ປະກອບມີຈໍານວນທັງໝົດ 4830 ຄອບຄົວ ແລະ ມີພົນລະເມືອງທັງໝົດ 23185ຄົນ,ຍິງ11571 ຄົນ.
 
ອ່ານເພີ່ມເຕີມທີ່ ເວັບໄຊ