ການລົງທະບຽນທີ່ດິນ ໂດຍ ກົມທີ່ດິນ

24/10/2023

ການລົງທະບຽນທີ່ດິນ ໂດຍ ກົມທີ່ດິນ

1 ການກະກຽມຄວາມພ້ອມ

+ ຂັ້ນຕອນທີ 1: ການກຽມເອກະສານ

-   ເອກະສານກ່ຽວກັບທີ່ດີນເຊັ່ນ: ໃບແຜນທີ່ດີນ, ໃບແຈ້ງທີ່ດີນ, ໃບຮັບເງິນເສຍພາສີທີ່ດີນ, ໃບຢັ້ງຍືນການນຳໃຊ້ທີ່ດີນ ຫຼື ໃບຢັ້ງຍືນການພັດທະນາທີ່ດີນ, ໃບຢັ້ງຢືນຊື້ຂາຍ, ໃບຢັ້ງຍືນກຳມະສິດທີ່ດີນ, ໃບຢັ້ງຍືນການສືບມູນກ່ຽວກັບທີ່ດີນ ແລະ ເອກະສານຕ່າງໆ

-   ເອກະສານກ່ຽວກັບຄົນເຊັ່ນ: ສຳມະໂນຄົວ, ບັດປະຈຳຕົວ, ໃບຢັ້ງຍືນທີ່ຢູ່, ພາດສະປອດ

+ ຂັ້ນຕອນທີ 2: ເຈົ້າຂອງດີນຖາງແລວຕາມເຂດແດນຂອງຕອນດີນເພື່ອໄຫ້ພະນັກງານສາມາດວັດແທກຕອນດີນໄດ້ຢ່າງສະດວກ

+ ຂັ້ນຕອນທີ່ 3: ເຈົ້າຂອງດີນ ເອົາຫຼັກເຂດມາຝັງໃສ່ແຕ່ລະແຈຕອນດີນ: ໄຫ້ຄົບແຕ່ລະແຈຕ້ອງນຳໄປຝັງແຕ່ລະແຈຂອງຕອນດີນໂດຍຕົກລົງກັບເຈົ້າຂອງດີນຂ້າງຄຽງ ກ່ຽວກັບຈຸດແຈຕອນດີນທີ່ຈະຝັງການຝັງຫຼັກເຂດນັ້ນຕ້ອງຝັງຊ່ອງໜ້າກັບເຈົ້າຂອງຕອນດີນຂ້າງຄຽງ ແລະ ຕ້ອງໄດ້ຝັງກ່ອນທີ່ພະນັກງານຈະລົງວັດແທກ 

+ ຂັ້ນຕອນທີ 4: ໃບແຈ້ງແບບພີມ ຂ1:ທີ່ດີນທຸກຕອນເຈົ້າຂອງດີນຕ້ອງໄດ້ເອົາແບບພີມ ຂ1ຈາກນາຍບ້ານ ຫຼື ພະນັກງານ ເພື່ອຂຽນໄຫ້ຄົບຕາມແບບຟອມ ແລ້ວເຊັນ ເຈົ້າຂອງດີນ ແລ້ວເຊັນ ນາຍບ້ານ ເພື່ອໄຫ້ຮູ້ວ່າ ແຕ່ລະຄົນມີດີນຈັກຕອນ 

2 ການລົງວັດແທກ

       ເພື່ອນັດມື້ທີ່ພະນັກງານຈະລົງວັດແທກ ແລະ ລົງເກັບກຳຂໍ້ມູນທ່ານຈະຕ້ອງເຂົ້າຮ່ວມຕາມເວລາທີ່ນັດໝາຍ ໃນເວລາວັດແທກພະນັກງານຈະໃຊ້ເຄື່ອງວັດແທກແຈຕອນດີນຊິ່ງທ່ານຈະຕ້ອງນຳພາວັດແທກ ແລະ ຊີ້ຈຸດທີ່ໄດ້ຝັງຫຼັກເຂດໂດຍຊ່ອງໜ້າຂະນະບ້ານ ແລະ ເຈົ້າຂອງທີ່ດີນຂ້າງຄຽງ ພະນັກງານວັດແທກຈະສ້າງພີມການວັດແທກ ກ1  ແລະ ໄຫ້ເຈົ້າຂອງດີນຂ້າງຄຽງຮັບຮອງວ່າເຂດແດນຖຶກຕ້ອງແລ້ວ ເຈົ້າຂອງດີນ ແລະ ເຈົ້າຂອງດີນຂ້າງຄຽງພ້ອມກັນລົງລາຍເຊັນ

3 ການເກັບກຳຂໍ້ມູນ (ສອບຖາມສິດ)

       ພະນັກງານເກັບກຳຂໍ້ມູນສອບຖາມສິດຈະພົບກັບທ່ານທີ່ເປັນເຈົ້າຂອງຕອນດີນເພື່ອກວດກາເອກະສານທີ່ທ່ານກະກຽມໄວ້ທັງໝົດເຊັ່ນ: ້ເອກະສານດີນ, ເອກະສານຄົນ ໃບແຈ້ງຂໍ1 ແລະ ຈະເລີ້ມສອບຖາມຂໍ້ມູນການໄດ້ມາຂອງດີນຈາກທ່ານເພື່ອກວດສົມທຽບໃສ່ກັບເອກະສານຕ່າງໆ ວ່າຖຶກຕ້ອງສອດຄ່ອງກັນ ຫຼື ບໍ່ ພະນັກງານຈະປະກອບແບບພີມເກັບກຳຂໍ້ມູນ ຂ2 ເຈົ້າຂອງຕອນດີນຈະຕ້ອງໄຫ້ຂໍ້ມູນຢ່າງລະອຽດທີ່ເປັນຈິງກ່ຽວກັບທີ່ດີນ ແລະ ປະວັດການໄດ້ມາຂອງຕອນດີນດັ່ງກ່າວ ພາຍຫຼັງສຳເລັດແລ້ວຈະຕ້ອງພ້ອມກັນລົງລາຍເຊັນໃສ່ແບບພີມດັ່ງກ່າວ

4 ການເຮັດວຽກພາກຫ້ອງການ

        ພະນັກງານວັດແທກ ແລະ ພະນັກງານສອບຖາມສິດ ຈະນຳເອົາຂໍ້ມູນຕອນດິນແຕ່ລະຕອນປ້ອນຂໍ້ມູນເຂົ້າໃນຖານຂໍ້ມູນ ແລະ ປະກອບສຳນວນເອກະສານທີ່ດີນຂອງແຕ່ລະຕອນດີນ ໄຫ້ຄົບຖ້ວນຂອງສຳນວນຕອນດີນແຕ່ລະຕອນ

5 ການຈັດປະເພດ ແລະ ປະກາດແຈ້ງການ

        ຂະນະກຳມະການຈັດປະເພດ ຜ່ານການຈັດປະເພດດີນແຕ່ລະຕອນແລ້ວ ຈະມີບັນຊີຕອນດີນລາຍຊື່ເຈົ້າຂອງສິດນຳໃຊ້ທີ່ດີນ ຕິດປະກາດຄົບ 30 ວັນ

6 ການເຊັນໃບຕາດີນ 

      ພາຍຫຼັງປະກາດແຈ້ງການຄົບກຳນົດເວລາ 30ວັນແລ້ວ ແລະບໍ່ມີການຄັດຄ້ານ ຫຼື ບັນຫາທີ່ຄັດຄ້ານໄດ້ຖຶກແກ້ໄຂແລ້ວ ສົ່ງເອກະສານໄຫ້ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ, ເມືອງ, ແຂວງ ເປັນຜູ້ເຊັນໃບຕາດີນ  

 

ເວັບໄຊກົມທີ່ດິນ