ລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) | ໂດຍ ກົມອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ

05/09/2023 ~ 05/09/2023

ລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) | ໂດຍ ກົມອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ

ລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA)

ກ່ຽວກັບການແຈ້ງເຕືອນໄພແຫ້ງແລ້ງລະດັບຊາດ/Laos Climate Services
for Agriculture (LaCSA) now includes National Level Drought Alerts.

ໂດຍ ກົມອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ

ພາບລວມ

ໄດ້​ເພີ່ມ​ຟັງ​ຊັນ​ໃໝ່​ເຂົ້າ​ໃນ​ລະ​ບົບ​ ຄື: ການ​ແຈ້ງ​ເຕືອນ​ໄພ​ແຫ້ງ​ແລ້ງ​ລະ​ດັບ​ຊາດ LaCSA ໃຫ້​ກວມ​ເອົາ​ການ​ແຈ້ງ​ເຕືອນ​ໄພ​ແຫ້ງ​ແລ້ງ, ອົງ​ການ​ອາ​ຫານ
ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື FAO ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ແລະ ກົມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ​
ຂອງກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ. ຜົນ​​ທີ່ໄດ້​ຮັບ​ຄື​ເຄື່ອງ​ມື​ໃໝ່​ທີ່​ສ້າງ​ ແຜນ​ທີ່​ຄວາມ​ສ່ຽງ​ຕໍ່​ໄພ​ແຫ້ງ​ແລ້ງ ແລະ ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​
ລະ​ດັບ​ປະ​ເທດ ໂດຍ​ອັດ​ຕະ​ໂນ​ມັດ. ຟັງ​ຊັນ​ໃໝ່​ນີີ້​ໃຊ້​ການ​ພະ​ຍາ​ກອນ​ ລະ​ດູ​ການ​ຂອງ​ປະ​ເທດ ​ເພື່ອ​ສະ​ແດງ​ພາບການ​ເຕືອນ​ໄພ​ລ່ວງ​ໜ້າ​ແບບ​ງ່າຍ​ດາຍ
ສຳ​ລັບ​ໄພ​ພິ​ບັດ​ທາງກະ​ສິ​ກຳ ເຊັ່ນ: ໄພ​ແຫ້ງ​ແລ້ງ ແລະ ຄື້ນ​ຄວາມ​ຮ້ອນ. ເນື່ອງ​ຈາກ​ໄພ​ພິ​ບັດ​ເຫຼົ່າ​ນີ້ ມີ​ອິ​ດທິ​ພົນ​ຕໍ່​ຄວາມ​ສ່ຽງ​ຂອງ​ສັດ​ຕູ​ພືດ ແລະ ພະ​ຍາດ
ເຊິ່ງເຄື່ອງ​ມື​​ໃໝ່ນີ້ເປັນ​ການ​ແຈ້ງ​ເຕືອນ​ ລະ​ດັບ​ຊາດ​ສຳ​ລັບ​ສິ່ງ​ເຫຼົ່າ​ນີ້, ເຄື່ອງ​ມື LaCSA ໃໝ່​ນີ້ ເໝາະ​​ສຳ​ລັບການເບິ່ງຜ່ານຈໍໂທ​ລະ​ພາບ​ ເພາະ​ມັນ​ສາ​ມາດ
​ຊ່ວຍ​ໃຫ້​ຜູ້​ໃຊ້ ສາມາດເບິ່ງ​ເຫັນ ແລະ ເຂົ້າໄປນຳໃຊ້ໄດ້ຢ່າງງ່າຍ ໃນລະດັບເມືອງ ແລະ ແຂວງ.

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດ ຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບ ການປ່ຽນແປງດິນຟ້າ
ອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ ຫຼື SAMIS ທີ່​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກກອງ​ທຶນ​ສິ່ງ​ແວດ​ລ້ອມ​ໂລກ GEF ໄດ້​ຈັດ​ຕັ້ງ
​ປະ​ຕິ​ບັດ​ວຽກ​ງານ​ມາ 5 ປີ​ແລ້ວ ເຊິ່ງ​ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ FAO ແລະ ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ຮ່ວມ​ກັບ ກົມ​ຄຸ້ມ​ຄອງ ແລະ
ພັດ​ທະ​ນາ​ທີ່​ດິນ​ກະ​ສິ​ກຳ. ນອກ​ຈາກນີ້, ຍັງ​ມີ​ກົມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ກະ​ຊວງ​ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ; ສະ​ຖາ​ບັນ​ຄົ້ນ​ຄວ້າ​
ກະ​ສິ​ກຳ, ປ່າ​ໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ສູນ​ປ້ອງ​ກັນ​ພືດ, ກົມ​ປູກ​ຝັງ, ພະ​ແນກ​ແຜນ​ການ ແລະ ການ​ຮ່ວມ​ມື, ກົມ​ແຜນ​ການ ແລະ ການ​ຮ່ວມ​ມື,
ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້.

ໜ້າເວັບ​ໄຊ໌ ແລະ ແອັບ

 

ເບິ່ງເພີ່ມເຕີມທີ່ ເວັບໄຊ ຟັງຊັນໃໝ່ ໃນລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) ກ່ຽວກັບການແຈ້ງເຕືອນໄພແຫ້ງແລ້ງລະດັບຊາດ/Laos Climate Services for Agriculture (LaCSA) now includes National Level Drought Alerts – https://www.maf.gov.la

 

Overview to LaCSA by CHARUDA | Power by CANVA | Contact email: charuda@mtc.gov.la